ໜ້າທີ່ ແລະ ຂອບເຂດສິດ

I. ໜ້າທີ່

1. ຈັດຕັ້ງຜັນຂະຫຍາຍນະໂຍບາຍ, ລະບຽບກົດໝາຍ, ແຜນຍຸດທະສາດ, ແຜນດຳເນີນງານເຂົ້າໃນການຈັດຕັ້ງ ປະຕິບັດຕົວຈີງໃນແຂວງ, ນະຄອນ, ສ້າງແຜນການເຄື່ອນໄຫວວຽກງານສະຖິຕິໃນຂອບເຂດຄວາມຮັບຜິດຊອບຂອງຕົນໃນແຕ່ລະໄລຍະ;
2. ຄົ້ນຄວ້າ ແລະ ສະເໜີຕໍ່ສົນສະຖິຕິແຫ່ງຊາດ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ບຸກຄະລາກອນສະຖິຕິ, ຄົ້ໜຄວ້າສະເໜີປະຕິບັດນະໂຍບາຍຍ້ອງຍໍ ແລະ ລົງວິໄນຕໍ່ພະນັກງານສະຖິຕິໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
3. ຄົ້ນຄວ້າ ແລະ ສະເໜີຕໍ່ສູນສະຖິຕິແຫ່ງຊາດກ່ຽວກັບການປະຕິບັດນະໂຍບາຍຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານໃນການສະໜອງຂໍ້ມູນ ແລະ ປະຕິບັດວິໄນ ຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ບໍ່ປະຕິບັດຕາມລະບອບການລາຍງານ ແລະ ພັນທະໃນການລາຍງານສະຖິຕິ ເຊິ່ງໄດ້ກຳນົດໄວ້ໃນມາດຕາ 20, 22 ແລະ 23 ຂອງກົດໝາຍວ່າດ້ວຍສະຖິຕິ;
4. ໂຄສະນາ, ເຜີຍແຜ່ນະໂຍບາຍ, ລະບຽບກົດໝາຍ, ແຜນຍຸດທະສາດ, ແຜນດຳເນີນງານ, ຂໍ້ຕົກລົງ, ຄຳສັ່ງເພື່ອໃຫ້ເຂົ້າໃຈເປັນເອກະພາບໃນການຈັດຕັ້ງປະຕິບັດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ
5. ຈັດຕັ້ງປະຕິບັດການເກັບກຳຂໍ້ມູນສະຖິຕິ ແລະ ທວງເອົາຂໍ້ມູນສະຖິຕິຕາມການລາຍງານບໍລິຫານ ແລະ ການສຳຫຼວດເຊັນ: ການສຳຫຼວດໃຫຍ່, ການສຳຫຼວດແບບຕົວແທນ ແລະ ການນສະຫຼວດສະເພາະ ໃນຂອບເຂດທ້ອງຖີ່ນຂອງຕົນ; ສັງລວມ, ປຸງແຕ່ງ, ວິໄຈ, ຈັດພິມ, ເຜີຍແຜ່ຂໍ້ມູນສະຖິຕິທາງການໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
6. ສ້າງຕາຕະລາງເກັບກຳ, ສ້າງປື້ມຄູ່ມື, ເຂົ້າຮ່ວມປຶກສາຫາລື, ປະກອບຄຳເຫັນທາງດ້ານວິຊາການກ່ຽວກັບສະຖິຕິຕາມຄວາມຮັບຜິດຊອບຂອງຕົນ;ຊຸກຍູ້ສູນສະຖິຕິປະຈຳເມືອງ, ເທດສະບານ ໃນການຈັດຕັ້ງປະຕິບັດວຽກງານສະຖິຕິດ້ວຍການນຳໃຊ້ກົນໄກ ແລະ ວິທີ່ການປະສານງານທ່ີ່ເໝາະສົມ;
7. ບຳລົງ, ກໍ່ສ້າງ, ສຶກສາອົບຮົມ, ຍົກລະດັບຄວາມຮູ້ ແລະ ຄວາມສຳນານງານດ້ານສະຖິຕິໃຫ້ແກ່ລັດຖະກອນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
8. ສະຫຼູບ, ລາຍງານຜົນການຈັດຕັ້ງປະຕິບັດວຽກງານສະຖິຕິໃຫ້ສູນສະຖິຕິແຫ່ງຊາດ, ພະແນກແຜນການ ແລະ ການລົງທືນ ແລະ ອົງການປົກຄອງຂັ້ນແຂວງຢ່າງເປັນປົກກະຕິ ແລະ ທັນເວລາ;
9. ປະຕິບັດໜ້າທີ່ອື່ນ ຕາມລະບຽບກົດໝາຍ ແລະ ການມອບໝາາຍຂອງຂັ້ນເທິງ.

II. ຂອບເຂດສິດ

1. ອອກແຈ້ງການ ແລະ ຄໍາແນະນໍາກ່ຽວກັບການດໍາເນີນວຽກງານສະຖິຕິ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
2. ຊີ້ນໍາ, ຄູ້ມຄອງ ແລະ ຈັດຕັ້ງວຽກການຜະລິດ ແລະ ການເຜີຍແຜ່ສະຖິຕິຂອງແຂວງ, ນະຄອນ, ເມືອງ, ເທດສະບານໃນຂອບເຂດຄວາມຮັບພິຊອບ.
3. ຄົ້ນຄວ້າ ແລະ ສະເໝີສູນສະຖິຕິແຫ່ງຊາດ ແຕ່ງຕັ້ງ, ຍົກຍ້າຍໝ້າທີ່ ຫຼື ປົດຕໍາແໝ່ງຫົວໝ້າ ແລະ ຮອງຫົວໝ້າສູນສະຖິຕິປະຈຳເມືອງ, ເທດສະບານ, ຫົວໝ້າ ແລະ ຮອງຫົວໝ້າຂະແໝງພາຍໃນສູນສະຖິຕິປະຈຳແຂວງ, ບົນພື້ນຖານຄວາມເຫັນດີເປັນເອະພາບກັບພະແນກແຜນການ ແລະ ການລົງທືນແຂວງ ແລະ ຄະນະຈັດຕັ້ງຂອງແຂວງ, ນະຄອນ.
4. ພົວພັນ, ຮວມມືສາກົນ ກ່ຽວກັບວຽກງານສະຖິຕິ ໂດຍຜ່ານສູນສະຖິຕິແຫ່ງຊາດ,
5. ຕີດຕາມ, ກວດກາ ແລະ ປະເມີນ ກ່ຽວກັບລະບອບວິທີ່ວິທະຍາສະຖິຕິ ແລະ ການເຄື່ອນໄຫວວຽກງານສະຖິຕິ ຕາມແຜນດຳເນີນງານຂອງສູນສະຖິຕິປະຈຳເມືອງ,ເທດສະບານ ແລະ ຂະແໝງສະຖິຕິຂອງພະແນກການອ້ອມຂ້າງແຂວງ, ນະຄອນໃນຕ່ລະໄລຍະ.
6. ປະຕິບັດສິດອື່ນໆຕາມລະບຽບກົດໝາຍ ແລະ ການມອບໝາຍຂອງຂັ້ນເທີ່ງ.