- ສູນສະຖິຕິປະຈໍາແຂວງ, ນະຄອນ ຂຽນຫຍໍດ້ວຍຕົວອັກສອນວ່າ “ສຕຂ” ຂຽນເປັນພາສາຕ່າງປະເທດ Provincial Statistics Centre (PSC) ,ສັງກັດໃນໂຄງປະກອບກົງຈັກຂອງພະແນກແຜນການ ແລະ ການລົງທືນແຂວງ, ນະຄອນ, ສ່ວນດ້ານວິຊາການ ການຈັດຕັ້ງ ແລະ ງົບປະມານຂື້ນກັບສາຍຕັ້ງ. ສໍາລັບຊິວິດການເມືອງ ແມ່ນຂື້ນກັບພະແນກແຜນການ ແລະ ການລົງທືນແຂວງ, ນະຄອນ ມີພະລະບົດບາດໃນການເກັບກໍາ, ສັງລວມ, ປຸງແຕ່ງ, ວິໄຈຂໍ້ມູນ, ເຜີຍແຜ່ ພ້ອມທັງລາຍງານສະຖິຕີທາງການກ່ຽວກັບເສດຖະກິດ-ສັງຄົມໃນລະດັບແຂວງ, ນະຄອນ ແຕ່ລະໄລຍະໃຫ້ສູນສະຖິຕິແຫ່ງຊາດ ແລະ ອົງການປົກຄອງຂັ້ນແຂວງ.