- ຫົວໜ້າສູນສະຖິຕິປະຈຳແຂວງ, ນະຄອນ 01 ທ່ານ ມີຖານະທຽບເທົ່າຫົວໜ້າພະແນກຂອງສູນສະຖິຕິແຫ່ງຊາດ ແລະ ທຽບເທົ່າຮອງຫົວໜ້າພະແນກຂອງແຂວງ, ນະຄອນ ໄດ້ຮັບການແຕ່ງຕັ້ງ ຫລື ປົດຕຳແໜ່ງໂດຍລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທືນ ຕາມການສະເໜີຂອງສູນສະຖິຕິແຫ່ງຊາດບົນພື້ນຖານການເຫັນດີເປັນເອກະພາບຂອງກົມຈັດຕັ້ງ ແລະ ພະນັກງານ ກະຊວງແຜນການ ແລະ ການລົງທືນ ແລະ ແຂວງທີ່ກ່ຽວຂ້ອງ;
- ສູນສະຖິຕິປະຈຳແຂວງ,ນະຄອນປະກອບມີຮອງຫົວໜ້າສູນຈຳນວນໜື່ງມີຖານະທຽບເທົ່າຮອງຫົວໜ້າພະແນກຂອງສູນສະຖິຕິແຫ່ງຊາດແລະເທົ່າກັບຫົວໜ້າຂະແໜງເຊິ່ງໄດ້ຮັບການແຕ່ງຕັ້ງ ຫລື ປົດຕຳແໜ່ງຈາກລັດຖະມົນຕີວ່າການກະຊວງແຜນການແລະການລົງທືນຕາມການສະເໜີຂອງສູນສະຖິຕິແຫ່ງຊາດບົນພື້ນຖານຄວາມເປັນເອກະພາບຂອງກົມຈັດຕັ້ງ ແລະ ພະນັກງານ ກະຊວງແຜນການ ແລະ ການລົງທືນ;
- ສູນສະຖິຕິປະຈຳແຂວງ, ນະຄອນມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງຈຳນວນໜື່ງ, ເຊີ່ງໄດ້ຮັບການແຕ່ງຕັ້ງຫລື ປົດຕຳແໜ່ງ ຈາກລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທືນ ຕາມການສະເໜີຂອງສູນສະຖິຕິແຫ່ງຊາດ ບົນພື້ນຖານຄວາມເປັນເອກະພາບຂອງກົມຈັດຕັ້ງແລະພະນັກງານ ກະຊວງແຜນການແລະການລົງທືນ,ພ້ອມກັນນັ້ນກໍ່ຍັງມີວິຊາການຈຳນວນໜື່ງ ປະກອບເຂົ້າໃນແຕ່ລະຕຳແໜ່ງງານ
- ໂຄງຮ່າງການຈັດຕັ້ງ
