ປະຫວັດຄວາມເປັນມາ

  • ສູນສະຖິິຕິປະຈຳແຂວງເຊກອງ ໃນເມື່ອກ່ອນເປັນຂະແໜງສະຖິຕິ ຂື້ນ​ກັບພະ​ແນ​ກ​ແຜນການ ​ແລະ​ ການ​ລົງ ທຶນ​ແຂວງ ປະກອບມີໜ່ວຍງານສະຖິຕິສັງຄົມ ແລະ ໜ່ວຍງານສະຖິຕິເສດຖະກິດ. ຍ້ອນພັກ​ລັດ​ເຮົາ​ໄດ້​​ເຫັນ​ວາ​ມສໍາຄັນ ​ແລະ ​ເອົາ​ໃຈ​ໃສ່​ຊີ້​ນໍາ-​ນໍາພາ​ຕໍ່​ວຽກ​ງານ​​ພັດທະນາ​ລະບົບ​ສະຖິຕິ​ຂອງ​ແຂວງ​ ໃຫ້ນັບມື້ນັບ​ເຂັ້ມ​ແຂງ ໂດຍ​ໄດ້​ມີ​ການ​ປັບປຸງ​ກົງຈັກ​ການ​ຈັດຕັ້ງຂອງສູນສະຖິຕິ ປະຈຳແຂວງ ໃຫ້​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ. ກະຊວງແຜນ ການ ແລະ ການລົງທຶນ ໄດ້ກຳນົດບົດບາດຂອງສູນສະຖິຕິ ຂອງແຂວງ ໃຫ້ສູງຂຶ້ນກວ່າ​ເກົ່າ. ໂດຍເຫັນ​ໄດ້​ບົດບາດ ​ແລະ​ ຄວາມ​ສຳຄັນ​ຂອງ​ວຽກງານ​ສະຖິຕິ​ ໃນ​ໄລຍະ​ໃໝ່, ໃນປີ 2010 ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານໄດ້ຕົກລົງຍົກ​ຖານະ​ຂະແໜງສະຖິຕິ ຂອງ​ພະແນກແຜນການ ແລະການ​ລົງທຶນ ເປັນ​ສູນ​ສະຖິຕິ​ປະຈຳແຂວງ ທີ່​ມີ​ຖານະ​ທຽບ​ເທົ່າ​ພະແນກ ການ ຂອງສູນສະຖິຕິແຫ່ງຊາດ ຕາມທີ່ໄດ້ລະບຸໄວ້ໃນ ມາດຕາ 33 ຂອງກົດໝາຍວ່າດ້ວຍສະຖິຕິ .
  • ສູນ​ສະຖິຕິ​ປະຈຳ​ແຂວງ, ນະຄອນ ຂຽນ​ຫຍໍ້ດ້ວຍຕົວອັກສອນວ່າ “ສຕຂ” ຂຽນ​ເປັນ​ພາສາ​ຕ່າງປະ​ເທດ Provincial Statistics Centre (PSC), ສັງກັດ​ໃນ​ໂຄງ​ປະກອບ​ກົງຈັກ​ຂອງພະ​ແນ​ກ​ແຜນການ ​ແລະ​ ການ​ລົງທຶນ​ແຂວງ, ນະຄອນ, ສ່ວນ​ດ້ານ​ວິຊາ​ການ, ການຈັດຕັ້ງ ​ແລະ ງົບປະມານ ຂຶ້ນກັບສາຍຕັ້ງ. ສຳລັບ​ຊີິ​ວິດການ​ເມືອງ​ ແມ່ນ​ຂຶ້ນກັບ​ພະ​ແນ​ກ​ແຜນການ ​ແລະ ​ການ​ລົງທຶນ​ແຂວງ, ນະຄອນ, ຊື່ງມີ​ພາ​ລະ​ບົດ​ບາດ​​​​ໃນ​ການ ເກັບ​ກຳ, ສັງ​ລວມ, ປຸງ​ແຕ່ງ, ວິ​​ໄຈ​ຂໍ້​ມູນເຜີຍ​ແຜ່, ພ້ອມ​ທັງ​​​ລາຍ​ງານສະ​ຖິ​ຕິທາງ​ການ ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ-​​ສັງ​ຄົມໃນລະດັບແຂວງ, ນະຄອນ​ແຕ່​ລະ​ໄລ​ຍະໃຫ້​ສູນ​ສະຖິຕິ​ແຫ່ງ​ຊາດ ​ແລະ ອົງການ​ປົກຄອງ​ຂັ້ນ​ແຂວງ.
  • ສູນສະຖິຕິປະຈຳແຂວງ ມີຜູ້ບໍລິຫານສູນສະຖິຕິ ເປັນຕຳແໜ່ງຮອງຫົວໜ້າພະແນກແຜນການ ແລະ ການລົງ ທຶນເປັນຫົວໜ້າ ດັ່ງທີ່ໄດ້ລະບຸໄວ້ໃນມາດຕາ 6 ຂອງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນສະຖິ ຕິປະຈຳແຂວງ ມີຮອງສູນໜຶ່ງຄົນ, ມີຫົວໜ້າຂະແໜງ, ຮອງຂະແໜງ ທີ່ຢູ່ໃນການຈັດຕັ້ງຂອງສູນສະຖິຕິປະຈຳແຂວງ ແລະ ເມືອງ, ໃນປະຈຸບັນ ມີຈຳນວນພະນັກງານລັດຖະກອນ ພາຍໃນສູນສະຖິຕິປະຈຳ ແຂວງ ມີ 13 ຄົນ ຍິງ 6 ຄົນ ( ລວມທັງ ອາສາສະໝັກ ), ໃນນັ້ນ ຄະນະ​ສູນ 2 ຄົນ, ຍິງ 0 ຄົນ ຂະແໜງບໍລິຫານ 4 ຄົນ ຍິງ 3 ຂະແໜງສະຖິຕິເສດຖະກິດ 4 ຄົນ ຍິງ 1 ຄົນ ແລະ ຂະແໜງສະຖິຕິສັງຄົມມີ 3 ຄົນ ຍິງ 2 ຄົນ, ໄດ້ສຳເລັດປະກາດການຈັດຕັ້ງ ແລະ ປະກອບບຸກຄະລາກອນຈຳນວນໜຶ່ງ ຢູ່ສູນສະຖິຕິປະຈຳ ເມືອງ, ມາເຖິງປັດຈຸບັນມີພະນັກງານສະຖິຕິໃນທົ່ວແຂວງລວມສາຍຕັ້ງມີທັງໝົດ 24 ຄົນ ຍິງ 07 ຄົນ.